ຜ-ຟຟລ ຕ້ອນຮັບ ຄະນະຜູ້ແທນ ທີ່ເຂົ້າຮ່ວມກອງປະຊຸມ ສຸດຍອດສາຍສົ່ງແຮງສູງອາຊຽນ 2018
ໃນວັນທີ 21 ພຶດສະພາ 2018, ທ່ານ ທອງເພັດ ດ້ວງເງິນ, ຮອງຜູ້ອຳນວຍການໃຫຍ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ພ້ອມດ້ວຍຄະນະເຂື່ອນໄຟຟ້ານໍ້າງື່ມ-1, ໄດ້ຕ້ອນຮັບ ຄະນະຜູ້ແທນ ທີ່ເຂົ້າຮ່ວມກອງປະຊຸມ ສຸດຍອດສາຍສົ່ງແຮງສູງອາຊຽນ 2018 ທີ່ເຂື່ອນໄຟຟ້ານໍ້າງື່ມ-1 ເມືອງແກ້ວອຸດົມ, ແຂວງວຽງຈັນ.
ກອງປະຊຸມດັ່ງກ່າວແມ່ນໄດ້ຈັດຂື້ນລະຫວ່າງວັນທີ 21 – 23 ພຶດສະພາ 2018, ທີ່ໂຮງແຮມ ຄ່ຣາວ ພຣາຊາ, ນະຄອນຫຼວງວຽງຈັນ. ຜູ້ເຂົ້າຮ່ວມແມ່ນດາຕາງໜ້າລັດຖະບານ, ຫົວໜ່ວຍທຸລະກິດ ລວມເຖີງບັນດານັກລົງທືນຫຼາຍກວ່າ 120 ທ່ານ ຈາກ 20 ປະເທດ ທີ່ມີຄວາມສົນໃຈກ່ຽວກັບວຽກງານດ້ານສາຍສົ່ງພະລັງງານ. ໃນການຢ້ຽມຢາມເຂື່ອນໄຟຟ້ານໍ້າງື່ມ-1 ໃນຄັ້ງນີ້, ຄະນະອໍານວຍການເຂື່ອນໄດ້ສະເໜີໃຫ້ບັນດາຜູ່ແທນໄດ້ຮູ້ກ່ຽວກັບການຜະລີິດພະລັງງານໄຟຟ້າຂອງເຂື່ອນກໍ່ຄືຂອງ ສປປ ລາວ, ລວມເຖີງວຽກງານດ້ານການພັດທະນາສາຍສົ່ງອີກດ້ວຍ.
ທາງເລືອກທີ່ຍືນຍົງສຳລັບທ່ານ ພະລັງງານທີ່ຍືນຍົງສຳລັບຊາດ
ທາງເລືອກທີ່ຍືນຍົງສຳລັບທ່ານ
ພະລັງງານທີ່ຍືນຍົງສຳລັບຊາດ
ພະລັງງານທີ່ຍືນຍົງສຳລັບຊາດ