ແຈ້ງການ
ຮຽນ: ທ່ານຜູ້ຖືຮຸ້ນ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ທີ່ນັບຖື,
ເລື່ອງ: ແຈ້ງປິດປຶ້ມບັນຊີຜູ້ຖືຮຸ້ນ ເພື່ອກຳນົດສິດຂອງຜູ້ຖືຮຸ້ນ ໃນການເຂົ້າຮ່ວມກອງປະຊຸມສາມັນຜູ້ຖືຮຸ້ນ ປະຈຳປີ 2017.
- ອີງຕາມການຕົກລົງເຫັນດີຂອງກອງປະຊຸມສະພາບໍລິຫານ ສະໄໝວິສາມັນ ຄັ້ງທີ 1/2018, ວັນທີ 14 ກຸມພາ 2018.
ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ຂໍຖືເປັນກຽດ ແຈ້ງມາຍັງທ່ານເພື່ອຊາບດັ່ງນີ້:
- ກຳນົດເອົາວັນທີ 07 ມີນາ 2018 ເປັນວັນປິດປຶ້ມບັນຊີຜູ້ຖືຮຸ້ນ ເພື່ອກຳນົດສິດຂອງຜູ້ຖືຮຸ້ນໃນການເຂົ້າຮ່ວມກອງປະຊຸມສາມັນຜູ້ຖືຮຸ້ນ ປະຈຳປີ 2017.
- ກຳນົດວັນປະຊຸມສາມັນຜູ້ຖືຮຸ້ນ ປະຈຳປີ 2017 ໃນວັນທີ 06/04/2018, ເວລາ 15:00 ໂມງ, ທີ່ຫ້ອງປະຊຸມຊັ້ນ 01 ອາຄານສຳນັກງານໃຫຍ່ ຂອງລັດວິສາຫະກິດໄຟຟ້າລາວ, ຖະໜົນມິດຕະພາບລາວ-ໄທ, ບ້ານທົ່ງກາງ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ.
ຮຽນມາດ້ວຍຄວາມນັບຖື,
ຜູ້ອຳນວຍການໃຫຍ່
ລັດຕະນາ ປະທຸມວັນ
ທາງເລືອກທີ່ຍືນຍົງສຳລັບທ່ານ ພະລັງງານທີ່ຍືນຍົງສຳລັບຊາດ
ທາງເລືອກທີ່ຍືນຍົງສຳລັບທ່ານ
ພະລັງງານທີ່ຍືນຍົງສຳລັບຊາດ
ພະລັງງານທີ່ຍືນຍົງສຳລັບຊາດ