ຜ-ຟຟລ ມອບເງິນສະໜັບສະໜູນ ໃຫ້ແກ່ສູນຝຶກອົບຮົມ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ໃນວັນທີ 1 ພະຈິກ 2017, ທ່ານ ທອງເພັດ ດ້ວງເງິນ, ຮອງຜູ້ອໍານວຍການໃຫຍ່ ສາຍງານພັດທະນາທຸລະກິດ ຕາງໜ້າໃຫ້ແກ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ມອບເງິນສະໜັບສະໜູນ ມູນຄ່າ 20 ລ້ານກີບໃຫ້ແກ່ສູນຝຶກອົບຮົມ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ) ຕາງໜ້າຮັບໂດຍ ທ່ານ ຫົງທອງ ພູນສະຫວັດ, ຫົວໜ້າສູນຝຶກອົບຮົມ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.ເງິນສະໜັບສະໜູນໃນຄັ້ງນີ້ຈະນຳໃຊ້ເຂົ້າໃນໂຄງການຝຶກອົບຮົມ, ສຳມະນາກ່ຽວກັບ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອໂຄສະນາ ປຸກລະດົມປະຊາຊົນທຸກພາກສ່ວນ ໃຫ້ມີຈິດສຳນຶກທີ່ດີ ໃນການຄູ້ມຄອງ, ການນຳໃຊ້ ແລະ ປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.
ທາງເລືອກທີ່ຍືນຍົງສຳລັບທ່ານ ພະລັງງານທີ່ຍືນຍົງສຳລັບຊາດ
ທາງເລືອກທີ່ຍືນຍົງສຳລັບທ່ານ
ພະລັງງານທີ່ຍືນຍົງສຳລັບຊາດ
ພະລັງງານທີ່ຍືນຍົງສຳລັບຊາດ