ພິທີເປີດການນຳໃຊ້ ມາດຕະຖານສາກົນ ISO 9001:2015 ດ້ານການບໍລິຫານ ຄຸນນະພາບ
ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ເປີດການນຳໃຊ້ ມາດຕະຖານສາກົນ ISO 9001:2015 ດ້ານການບໍລິຫານ ຄຸນນະພາບ ຢ່າງເປັນທາງການໃນວັນທີ 24 ກໍລະກົດ 2017 ເຊິ່ງເປັນ ມາດຕະຖານໃໝ່. ຜ-ຟຟລ ໄດ້ຮັບການຍັ້ງຢືນຮັບຮອງ ມາດຕະຖານສາກົນ ISO 9001:2008 ດ້ານການບໍລິຫານຄຸນນະພາບ ນັບແຕ່ປີ 2014 ເປັນຕົ້ນມາ.
ເນື້ອໃນສຳຄັນ ໃນການປ່ຽນແປງ ມາດຕະຖານໃໝ່ນີ້ ລວມມີ: ຄວາມເປັນຜູ້ນຳ ແລະ ຄວາມມຸ້ງໝັ້ນ (ຄວາມຮັບຜິດຊອບ) ໃນການມອບໝາຍວຽກ, ການວິເຄາະບັນຫາພາຍໃນ ແລະ ພາຍນອກ ຂອງ ອົງກອນ, ການບັນລຸເປົ້າໝາຍ ຂອງ ແຜນຍຸດທະສາດ. ມາດຕະຖານທີ່ໄດ້ມີການປັບປຸງປ່ຽນແປງ ທີ່ເອີ້ນວ່າ ມາດຕະຖານໃໝ່, ໄດ້ຖືກຕີພິມ ແລະ ເຜີຍແຜ່ ໂດຍ ສໍານັກງານໃຫຍ່ ມາດຕະຖານສາກົນ, ທີ່ເມືອງ ເຈນນີວາ, ປະເທດສະວິດເຊີແລນ ໃນວັນທີ 15 ກັນຍາ 2015.
ຜ-ຟຟລ ມີ ເຈດຈຳນົງອັນແຮງກ້າ ທີ່ຈະເປັນບໍລິສັດ ນຳໜ້າ ໃນການດຳເນີນທຸລະກິດ ຜະລິດໄຟຟ້າ ເພື່ອຮັບໃຊ້ພາຍໃນ ປະເທດ ແລະ ຂົງເຂດພາກພື້ນ ອາຊຽນ. ສະນັ້ນ ເພື່ອບັນລຸເປົ້າໝາຍ ດັ່ງກ່າວ, ພວກເຮົາຕ້ອງເຮັດວຽກໜັກ ແລະ ເຮັດວຽກ ເປັນທິມ ຮ່ວມກັນ. ໃນໂອກາດດຽວກັນນີ້ ທາງບໍລິສັດ ໄດ້ຈັດໃຫ້ມີພິທີມອບ-ຮັບ ໃບຢັ້ງຢືນ ໃຫ້ແກ່ຄະນະກຳມະການກວດສອບພາຍໃນວຽກງານ ISO 9001:2015 ພາຍຫຼັງທີ່ໄດ້ຮັບຝຶກອົບຮົມກ່ຽວກັບວຽກງານດັ່ງກ່າວ ຈາກທີ່ປຶກສາ Daya Manusia, SAN BHD.
ພະລັງງານທີ່ຍືນຍົງສຳລັບຊາດ