ຜ-ຟຟລ ຮ່ວມງານເປີດໂລກແຫ່ງການລົງທຶນ 2017
ງານເປີດໂລກແຫ່ງການລົງທືນ ປະຈຳປີ 2017 ພາຍໃຕ້ຫົວຂໍ້ “ທຸລະກິດທີ່ຍຶນຍົງ ສ້າງຖານະໝັ້ນຄົງ ໃນຕະຫຼາດທຶນ” ໄດ້ຈັດຂຶ້ນລະຫ່ວາງວັນທີ 22 ຫາ 23 ກໍລະກົດ, ທີ່ສູນການຄ້າ ລາວ-ໄອເຕັກ ນະຄອນຫຼວງວຽງຈັນ ໂດຍການຮ່ວມມືລະຫ່ວາງ ຕະຫຼາດຫຼັກຊັບລາວ, ທະນາຄານແຫ່ງ ສປປ ລາວ, ສຳນັກງານຄຸ້ມຄອງຕະຫຼາດຫຼັກຊັບ ແລະ ບໍລິສັດທີ່ກ່ຽວຂ້ອງຫຼາຍກ່ວາ 30 ບໍລິສັດ. ໃຫ້ກຽດເປັນປະທານຂອງງານໂດຍ ທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງີນ. ເຊິ່ງຈຸດປະສົງຂອງງານໃນຄັ້ງນີ້ ເພື່ອສົ່ງເສີມ, ເພີ່ມທະວີຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບວຽກງານຕະຫຼາດທຶນ ກໍ່ຄືວຽກງານຕະຫຼາດຫຼັກຊັບໃຫ້ແກ່ມວນຊົນ ແລະ ນັກລົງທຶນ.
ງານດັ່ງກ່າວຍັງໄດ້ເປີດໂອກາດໃຫ້ແກ່ພາກສ່ວນ ທີ່ມີສ່ວນຮ່ວມໃນຕະຫຼາດທຶນເຊັ່ນ: ບັນດາບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບ, ບັນດາບໍລິສັດຫຼັກຊັບ, ບໍລິສັດກວດສອບ, ບໍລິສັດທີ່ປຶກສາດ້ານກົດໝາຍ ແລະ ບັນດາບໍລິສັດເປົ້າ ໝາຍຈົດທະບຽນ ໄດ້ພົບປະ ແລະ ໃຫ້ຂໍ້ມູນ ດ້ານທຸລະກິດແກ່ມວນຊົນ ແລະ ນັກລົງທຶນ ກ່ຽວກັບສິນຄ້າ, ຜະລິດຕະພັນ, ການບໍລິການ, ກິດຈະກຳຂອງອົງກອນ ແລະ ບົດບາດຂອງຕົນໃນຂົງເຂດຕະຫຼາດທຶນ ແລະ ອື່ນໆ.
ພາຍໃນງານດັ່ງກ່າວ, ບໍລິລິສັດ ຜະລິດ-ໄຟຟ້າ ລາວ ມະຫາຊົນ ໄດ້ເຮັດກິດຈະກຳໃຫ້ຂໍ້ມູນແກ່ຜູ້ທີ່ມາຮ່ວມງານ ພ້ອມທັງ ແຈກຂອງລາງວັນ, ທັງທີ່ຫ້ອງວາງສະແດງ ແລະ ເທິງເວທີກາງ ເຊັ່ນດຽວກັນກັບບັນດາບໍລິສັດ ອື່ນໆທີ່ຮ່ວມງານ.
ພະລັງງານທີ່ຍືນຍົງສຳລັບຊາດ