ຕ້ອນຮັບແຂກຢ້ຽມຢາມເຂື່ອນ ໄຟຟ້າ ນ້ຳງື່ມ -1
ຫ່ວາງບໍ່ດົນມານີ້ ທ່ານ ນາງ Ingrid van Wees, ຮອງປະທານ ທະນາຄານພັດທະນາອາຊີ ພ້ອມດ້ວຍ ຄະນະ ໄດ້ເດີນທາງໄປຢ້ຽມຢາມ ເຂື່ອນໄຟຟ້າ ນ້ຳງື່ມ-1 ເພື່ອໂອ້ລົມ ພົບປະກັບບັນດາພະນັກງານຂອງເຂື່ອນເພື່ອສຶກສາເຖິງຂະບວນການຂອງການຜະລິດ ພະລັງງານໄຟຟ້າຂອງເຂື່ອນດັ່ງກ່າວ ແລະ ການດຳເນີນທຸລະກິດຂອງ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ. ນອກນັ້ນ ຍັງມີ ທ່ານ Woonsik Ho, ປະທານ ບໍລິສັດ GE Power Korea, ທ່ານ Chung Si-Woo, ປະທານ ບໍລິສັດ BKB Korea, ແລະ ຄະນະກອງທຶນ ພັດທະນາໄຟຟ້າ ເຂດນິຄົມອຸດສາຫະກຳ ມາດຕາພຸດ ແຂວງລະຍອງ ຈາກປະເທດໄທ ກໍ່ໄດ້ເດີນທາງໄປຢ້ຽມຢາມ ເຂື່ອນດັ່ງກ່າວເຊັ່ນດຽວກັນ.
Sustainable Choice For You, Sustainable Power For The Nations.
Sustainable Choice For You,
Sustainable Power For The Nations.
Sustainable Power For The Nations.