ຜ-ຟຟລ ສໍາເລັດການຈັດຝຶກອົບຮົມ ໃນຫົວຂໍ້ ມາດຕະຖານການດໍາເນີນງານ ໃນວຽກງານສິ່ງແວດລ້ອມ – ສັງຄົມ ໃຫ້ແກ່ ລະດັບຜູ້ອໍານວຍການເຂື່ອນ
ໃນລະຫວ່າງວັນທີ 31 ມີນາ ຫາ ວັນທີ 2 ເມສາ 2015 ທີ່ຜ່ານມາ ຢູ່ທີ່ ສໍານັກງາານໃຫຍ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ໄດ້ມີການຈັດຝຶກອົບຮົມວຽກງານສິ່ງແວດລ້ອມ ແລະ ສັງຄົມ ໃຫ້ແກ່ ພະນັກງານລະດັບ ຜູ້ອໍານວຍການເຂື່ອນຕ່າງໆ ຂອງ ຜ-ຟຟລ ພາຍໃຕ້ຫົວຂໍ້ ມາດຕະຖານການດໍາເນີນງານ ຂອງອົງການການເງິນສາກົນ (IFC) ເຊິ່ງການຝຶກອົບຮົມໃນຄັ້ງນີ້ ແມ່ນໄດ້ມີຊ່ຽວຊານ ທີ່ມີຄວາມຊໍານານໃນວຽກງານດັ່ງກ່າວ ຈາກສະຫະລັດອາເມລິກາ ນໍາມາຝຶກອົບຮົມ. ນອກຈາກນັ້ນ ພະນັກງານວິຊາການຫ້ອງການສິ່ງແວດລ້ອມ ຈາກລັດວິສາຫະກິດໄຟຟ້າລາວ (ຟຟລ) ກໍໄດ້ເຂົ້າມາຮ່ວມການຝຶກອົບຮົມໃນຄັ້ງນີ້ດ້ວຍ.
ທາງເລືອກທີ່ຍືນຍົງສຳລັບທ່ານ ພະລັງງານທີ່ຍືນຍົງສຳລັບຊາດ
ທາງເລືອກທີ່ຍືນຍົງສຳລັບທ່ານ
ພະລັງງານທີ່ຍືນຍົງສຳລັບຊາດ
ພະລັງງານທີ່ຍືນຍົງສຳລັບຊາດ