ຜ-ຟຟລ ເຊັນ ສັນຍາວ່າດ້ວຍການພັດທະນາ ແລະ ຄຸ້ມຄອງ ໂຄງການເຂື່ອນໄຟຟ້ານ້ຳສະນາ
ທ່ານ ນາງ ລັດຕະນາ ປະທຸມວັນ ອຳນວຍການໃຫຍ່ ແລະ ຕາງໜ້າ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ພ້ອມດ້ວຍທ່ານ ຄຳສອນ ສູນສະຫວັດ ຮອງຫົວໜ້າພະແນກ ແຜນການ ແລະ ການລົງທຶນ ແຂວງວຽງຈັນ ເຊັນ ສັນຍາວ່າດ້ວຍການພັດທະນາ ແລະ ຄຸ້ມຄອງໂຄງການເຂື່ອນໄຟຟ້ານ້ຳສະນາ ໃນວັນທີ 28 ມີນາ 2017 ທີ່ນະຄອນຫຼວງວຽງຈັນ.
ໂດຍອີງຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງ, ແຂວງວຽງຈັນ, ວ່າດ້ວຍ: ການອະນຸຍາດໃຫ້ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ, ເຊັນສັນຍາວ່າດ້ວຍການພັດທະນາ ແລະ ຄຸ້ມຄອງໂຄງ ການເຂື່ອນໄຟຟ້ານ້ຳສະນາ (14MW ) ຕັ້ງຢູ່ເຂດບ້ານນາຊູ, ເມືອງກາສີ, ແຂວງວຽງຈັນ ສະບັບເລກທີ 168, ລົງວັນທີ 15/03/ 2017.
ເຂົ້າຮ່ວມພິທີເຊັນສັນຍັນດັ່ງກ່າວ ປະກອບມີ ທ່ານ ບຸນສອນ ເພັດດາວັນ, ຮອງເຈົ້າແຂວງ ແຂວງວຽງຈັນ ທ່ານ ຄຳສົດ ເພັດລາວັນ ເຈົ້າເມືອງ ເມືອງກາສີ ບັນດາທ່ານອຳນາດການປົກຄອງທ້ອງຖິ່ນແຂວງວຽງຈັນ ຄະນະສະພາບໍລິຫານ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ.
ພະລັງງານທີ່ຍືນຍົງສຳລັບຊາດ