ຜູ້ບໍລິຫານ ບໍລິສັດ ອີດີແອວ–ເຈັນ ໂຊລ່າ ພາວເວີ້ ຈຳກັດ ໄດ້ຕ້ອນຮັບ ຄະນະນັກລົງທຶນ ທີ່ລົງຢ່ຽມຢາມ ການກໍ່ສ້າງ ໂຮງງານຜະລິດ ໄຟຟ້າ ແສງຕາເວັນ
ຜູ້ບໍລິຫານ ບໍລິສັດ ອີດີແອວ-ເຈນ ໂຊລາ ພາວເວີ ຈຳກັດ ກໍ່ຄື ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ໄດ້ຮັບຕ້ອນ ຄະນະນັກລົງທຶນ ຕົວແທນຈາກທະນາຄານໂລກ ແລະ ທະນາຄານຕ່າງໆ ພ້ອມດ້ວຍ ສື່ມວນຊົນ ເພື່ອລົງຢ້ຽມຢາມ ໂຄງການກໍ່ສ້າງ ໂຮງງານຜະລິດ ໄຟຟ້າແສງຕາເວັນ (EDL-GEN SOLAR POWER) ທີ່ ບ້ານແຈ້ງສະຫວ່າງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໃນວັນທີ 25 ມັງກອນ 2017.
ເພື່ອຮັບປະກັນໃຫ້ມີການສະໜອງພະລັງງານໄຟຟ້າຮັບໃຊ້ສັງຄົມທີ່ໝັ້ນຄົງຂຶ້ນ, ໂດຍຜ່ານການຄົ້ນຄ້ວາ, ແລະ ການກະກຽມໃນໄລຍະຜ່ານມາ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ຈຶ່ງໄດ້ມີການລະດົມທຶນຈຳນວນໜຶ່ງເພື່ອມານຳໃຊ້ເຂົ້າໃນ ໂຄງການກໍ່ສ້າງ ໂຮງງານຜະລິດ ໄຟຟ້າແສງຕາເວັນ 3 MW ຂຶ້ນ, ຊຶ່ງໄດ້ນອນຢູ່ໃນແຜນຂະຫຍາຍການຜະລິດໄຟຟ້າແສງຕາເວັນ ທີ່ມີເປົ້າໝາຍການຜະລິດໃຫ້ໄດ້ທັງໝົດ 100 MW ຂອງບໍລິສັດ ອີດີແອວ-ເຈັນ ໂຊລ່າ ພາວເວີີ້ ຈຳກັດ. ຊຶ່ງມູນຄ່າໂຄງການດັ່ງກ່າວ ເປັນເງິນທັງໝົດ ປະມານ 3.5 ລ້ານ ໂດລາສະຫາລັດ ( ສາມລ້ານ ຫ້າແສນໂດລາສະຫາລັດ )
ການກໍ່ສ້າງ ແລະ ການດຳເນີນກິດຈະການຂອງບໍລິສັດ ອີດີແອວ-ເຈນ ໂຊລາ ພາວເວີ ຈຳກັດ ແມ່ນສາມາດປະຢັດລາຍຈ່າຍໃນການຊື້ໄຟຟ້າຈາກຕ່າງປະເທດ ເປັນການຫຼຸດຜ່ອນໜີ້ສິນ ແລະ ສາມາດຫຼຸດຜ່ອນພະລັງງານສູນເສຍຢູ່ສາຍສົ່ງແຮງກາງ ແລະ ແຮງຕຳ່ ພ້ອມຍັງເປັນການຫຼຸດຜ່ອນການນຳໃຊ້ນ້ຳໃນອ່າງເກັບນຳ້ຂອງເຂື່ອນ ໃນການຜະລິດກະແສໄຟຟ້າ ເຮັດໃຫ້ການບໍລິຫານນ້ຳມີປະສິທິພາບ ໂດຍສະເພາະແມ່ນ ໃນລະດູແລ້ງ. ນອກນັ້ນ ໂຄງການດ່ັງກ່າວ ຍັງຈະສາມາດສ້າງລາຍຮັບໃຫ້ແກ່ ປະເທດຊາດອີກດ້ວຍ.
ພະລັງງານທີ່ຍືນຍົງສຳລັບຊາດ