ເຂື່ອນໄຟຟ້ານ້ຳງື່ມ 1 ຮັບໃບຢັ້ງຢືນມາດຕະຖານສາກົນ ISO 14001:2004 EMS ຮອບທີສອງ
ເຂື່ອນໄຟຟ້ານຳ້ງື່ມ 1 ເຊິ່ງເປັນໜຶ່ງໃນເຂື່ອນ ທີ່ຂຶ້ນກັບ ບໍລິສັດ ຜະລິດ-ໄຟຟ້າ ລາວ ມະຫາຊົນ ຫຼື ຜ-ຟຟລ ໄດ້ມີການຮັບໃບຢັ້ງຢືນມາດຕະຖານສາກົນ ISO 14001 2004 EMS (ມາດຕະຖານການຈັດການທາງດ້ານສິ່ງແວດລ້ອມ) ຈາກ Direct Assessment Service (DAS) ຮອບທີສອງ ໂດຍພິທີ ມອບຮັບຢ່າງເປັນທາງການ ໄດ້ຈັດຂຶ້ນທີ່ ເຂື່ອນໄຟຟ້າ ນ້ຳງື່ມ 1 ແຂວງວຽງຈັນ ໃນວັນທີ 8 ເມສາ 2015 ທີ່ຜ່ານມາ.
ຕາງໜ້າ ຜ-ຟຟລ ໃນການຮັບໃນຄັ້ງນີ້ແມ່ນ ທ່ານ ນາງ ລັດຕະນາ ປະທຸມວັນ ຮອງຜູ້ອຳນວຍການໃຫຍ່ ສາຍງານ ການຜະລິດ ຂອງ ຜ-ຟຟລ ແລະ ມອບໂດຍທ່ານ Ho Yoon Sin ຕົວແທນ ບໍລິສັດທີ່ປຶກສາຈາກ ປະເທດມາເລເຊຍ ເຊິ່ງງານດັ່ງກ່າວໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ດຣ ຄຳມະນີ ອິນທິລາດ ລັດຖະມົນຕີຊ່ວຍວ່າການກະຊວງພະລັງງານ ແລະ ບໍ່ແຮ່ ແລະ ແຂກຖືກເຊີນ.
ເຂື່ອນໄຟຟ້ານ້ຳງື່ມ 1 ໄດ້ຮັບໃບຢັ້ງຢືນມາດຕະຖານສາກົນ ISO 14001 2004 EMS ສອງຄັ້ງຕິດຕໍ່ກັນ ໄລຍະປີ 2011-2013 ແລະ 2014-2016.