EDL-Gen ຮ່ວມຈັດງານ ເປີດໂລກແຫ່ງການລົງທຶນ
ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen) ໄດ້ເຂົ້າຮ່ວມຈັດງານ ‘ເປີດໂລກແຫ່ງການລົງທຶນ ແລະ ເປີດປະຕູສູ່ AEC’ ປະຈຳປີ 2015; ເຊິ່ງງານດັ່ງກ່າວ ໄດ້ຖືກຈັດຂຶ້ນໃນຕອນເຊົ້າຂອງ ວັນທີ 28 ກຸມພາ 2015 ທີ່ສຳນັກງານອາຄານ ຕະຫຼາດຫຼັກຊັບລາວ.
ໃນງານດັ່ງກ່າວ EDL-Gen ໄດ້ມີການຕັ້ງບູດໃຫ້ຄວາມຮູ້ກ່ຽວກັບ ບໍລິສັດ ພ້ອມທັງແຈກຂອງລາງວັນ ແລະ ຂອງທີ່ລະນຶກ ໃຫ້ແກ່ຜູ້ທີ່ເຂົ້າຮ່ວມງານໃນຄັ້ງນີ້ຢ່າງຄຶກຄື້ນ.